25/09/2026
📌📌ໄກ້ລະເດີ້ໄກ້ສິໄດ້ ມີຫມູ ແລ້ວເດີ້
#ກົດຕິດຕາມ ພົບກັນໄວໆນີ້
ວັນທີ 24 ກັນຍາ 2026 ທີ່ນະຄອນຫຼວງວຽງຈັນ, ທ່ານ ບົວຫົງ ຄຳຫາ ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບສະພາບການລະບາດຂອງພະຍາດອະຫິວາໝູອາຟຣິກາ (ASF) ໃນ ສປປ ລາວ ເຊິ່ງນັບແຕ່ກາງເດືອນມິຖຸນາ 2026 ເປັນຕົ້ນມາ ໄດ້ເກີດການລະບາດຮອບໃໝ່ ແລະ ຂະຫຍາຍວົງກວ້າງອອກສູ່ 7 ແຂວງ (ຜົ້ງສາລີ, ໄຊຍະບູລີ, ຫົວພັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ອຸດົມໄຊ ແລະ ຫຼວງພະບາງ) ກວມເອົາ 19 ເມືອງ ແລະ 95 ບ້ານ. ມາຮອດວັນທີ 22 ກັນຍາ 2026, ພົບໝູຕາຍ ແລະ ຖືກທຳລາຍແລ້ວ 14,002 ໂຕ (ໝູລ້ຽງແບບຄອບຄົວ 79.2% ແລະ ໝູຟາມ 20.8%), ລວມມູນຄ່າເສຍຫາຍເບື້ອງຕົ້ນກວ່າ 58.8 ຕື້ກີບ; ສາເຫດຕົ້ນຕໍເກີດຈາກຊາວກະສິກອນບາງສ່ວນຍັງຂາດມາດຕະການປ້ອງກັນທາງຊີວະພາບ, ມີການລັກລອບນຳເຂົ້າສັດ-ຜະລິດຕະພັນສັດຜິດກົດໝາຍ ແລະ ການສວຍໂອກາດຂ້າ-ຂາຍສັດຕິດເຊື້ອ.
ເພື່ອຫຼຸດຜ່ອນຜົນກະທົບຕໍ່ຜູ້ປະກອບການ ແລະ ຊາວກະສິກອນ, ທາງພາກສ່ວນກ່ຽວຂ້ອງໄດ້ກຳນົດມາດຕະການຜ່ອນຜັນແບບມີເງື່ອນໄຂຕາມ 3 ເຂດສີ: “ເຂດສີແດງ” (ເຂດລະບາດ) ສືບຕໍ່ໂຈະການເຄື່ອນຍ້າຍໝູ ແລະ ຊີ້ນໝູລະຫວ່າງແຂວງ, ເມືອງ ແລະ ຫ້າມນຳເຂົ້າຈາກຕ່າງປະເທດເດັດຂາດ; “ເຂດສີເຫຼືອງ” (ເຂດສ່ຽງ) ຕິດຕາມໃກ້ຊິດ ໂດຍຟາມລະບົບປິດມາດຕະຖານອາດໄດ້ຮັບການພິຈາລະນາເຄື່ອນຍ້າຍເປັນກໍລະນີພິເສດ ຫາກຜ່ານການຕິດຕາມ 14 ວັນ ແລະ ກວດບໍ່ພົບເຊື້ອ; ສ່ວນ “ເຂດສີຂຽວ” (ເຂດບໍ່ທັນລະບາດ) ອະນຸຍາດໃຫ້ເຄື່ອນຍ້າຍ ແລະ ຈຳໜ່າຍໄດ້ ແຕ່ຕ້ອງມີການກວດເລືອດ, ມີໃບຢັ້ງຢືນຈາກສັດຕະວະແພດ ແລະ ຂ້າເຊື້ອພາຫະນະຢ່າງຮັດກຸມ. ພ້ອມດຽວກັນ, ທ່ານຫົວໜ້າກົມ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນຢ່າແຕກຕື່ນ ເນື່ອງຈາກພະຍາດດັ່ງກ່າວບໍ່ຕິດຕໍ່ສູ່ຄົນ, ຜູ້ບໍລິໂພກຍັງສາມາດຮັບປະທານຊີ້ນໝູໄດ້ຕາມປົກກະຕິ ພຽງແຕ່ເລືອກຊື້ຈາກແຫຼ່ງທີ່ໄດ້ມາດຕະຖານ ແລະ ປຸງແຕ່ງໃຫ້ສຸກດີກ່ອນບໍລິໂພກ.
ທີ່ມາ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ